Translate

วันพฤหัสบดีที่ 31 กรกฎาคม พ.ศ. 2557

ລະບົບປະຕິບັດການ Operating System
1.   ຄວາມໝາຍຂອງລະບົບປະຕິບັດການ.
         ລະບົບປະຕິບັດການ ( OS ) ແມ່ນລະບົບຊອບແວ໌ ຫຼື ໂປຼແກ໌ມຄວບຄຸມການປະເມີນການປະມວນຜົນຂອງໂປຼແກຼມສຳເລັດຮູບຕ່າງໆ ແລະ ບໍລິການການໃຊ້ຊັບພະຍາກ່ອນຂອງລະບົບ ລວມທັງອອກແບລະບົບປະຕິບັດການເພື່ອໃຊ້ໃນໂຄ້ງການຈັກການ ແລະ ຕິດຕໍ່ກັບຫາດແວ໌ໂດຍສະເພາະ ເຄື່ອງຄອມພິວເຕີທຸກເຄື່ອງຈະຕ້ອງຕິດຕັ້ງລະບົບປະຕິບັດການບໍ່ມີບໍ່ໄດ້.
2.   ໂປຼແກມ Linux.
    ເປັນຊອບແວ໌ລະບົບປະຕິບັດການຟຣີ ສາມາດໂຫຼດໄດ້ທາງອິນເຕີເນັດສາມາດໃຊ້ງານໄດ້ກັບຊີພີຢູ່ຫຼາຍຮຸ່ນ Linux ມີລະບົບປະຕິບັດການຕິດຕໍ່ກັບຜູ້ໃຊ້ແບບກຣາຟຣິກເປັນ/ະບົບປະຕິບັດການ 32 Bit ມີປະສິດທິພາບ ແລະ ຄຸນະພາບສູງ.
    

ເຕັກໂນໂລຊີການສື່ສານຂໍ້ມູນ ແລະ ຄອມພິວເຕີເນັດເວີກ.
                                           ພາກທີ I
                                  ພື້ນຖານການສື່ສານຂໍ້ມູນ.
                               ( Data Communication )
    I.      ອົງປະກອບຂອງການສື່ສານ.
-       ຜູ້ສົ່ງ ( Source ຫຼື Sender )
ເປັນອຸປະກອນຕົ້ນທາງເຮັດໜ້າທີໃນການສ້າງ ແລະ ສົ່ງຂໍ້ມູນໄປໃນປາຍທາງ ຫາກຈະເບິ່ງໃນລັກສະນະເປັນການສື່ສານຂໍ້ມູນຄອມພິວເຕີ ແລະ ຜູ້ສົ່ງກໍ່ອາດເປັນອຸປະກອນ ຫຼື ຄອມພິວເຕີນັ້ນເອງ. ເຊິ່ງອຸປະ ກອນ ຫຼື ເຄື່ຶອງຄອມພິວເຕີສາມາດທີ່ຈະເປັນຜູ້ສົ່ງຂໍ້ມູນ ຫຼື ຜູ້ຮັບຂໍ້ມູນກໍ່ໄດ້ ປຽນໄດ້ກັບມະນຸດເຮົາທີ່ສາມາດຈະເປັນຜູ້ເວົ້າ ( ຜູ້ສົ່ງ ) ຫຼື ຜູ້ຟັງໄດ້ເຊັ່ນດຽວກັນເຊັ່ນ: ການເວົ້າຈາທາງໂທລະສັບ, ການສົ່ງອີແມວ, ສະກາຍ...
-       ຜູ້ຮັບ ( Destination ຫຼື Receiver )
ເປັນອຸປະກອນປາຍທາງທີ່ເຮັດໜ້າທີຮັບຂໍ້ມູນເພື່ອາໄປປະມວນຜົນຕາມວັດຖຸປະສົງຂອງການສື່ສານ
ນັ້ນໆ.
-       ສື່ກາງ ( Midium )
ເຮັດໜ້າທີ່ເປັນຕົວກາງເພື່ອໃຫ້ການຮັບສົ່ງຂໍ້ມູນສາມາດໄປເຖິງປາຍທາງໄດ້ຢ່າງຖືກຕ້ອງ. ສື່ທີ່ໃຊ້ນີ້ສາມາດແບ່ງອອກເປັນ 2 ຫຼັກຄື:
Ø  ສື່ທີ່ມີສາຍ ( Wine Medium ): ໄດ້ແກ່ສາຍສັນຍານທີ່ໃຊ້ໃນລະບົບສື່ສານທົ່ວໆໄປ.
Ø  ສື່ບໍ່ມີສາຍ ( Wireless Medium ): ຊຶ່ງກໍ່ຄືການໃຊ້ອາກາດເປັນສື່ນັ້ນເອງ.
-       ຂໍ້ມູນ ( Data )
ໃນຄວາມເປັນຈິ່ງການສື່ສານຂໍ້ມູນຈະຕ້ອງມີການສື່ສານທີ່ສົມບູນໂດຍຂໍ້ມູນທີ່ວ່ານີ້ອາດຈະໝາຍເຖິງສຽງວິດີໂອ, ພາບ, ຂໍ້ຄວາມເປັນຕົ້ນ.
-       ໂປຼໂຕຄອນ ( Protocol )
ຄຳໆນີ້ມີຄວາມໝາຍຫຼາຍຢ່າງໂດຍອາດຈະໝາຍເຖິງລະບຽບ ຮູບແບບ ຫຼື ວິທີການສື່ສານຂໍ້ມູນນັ້ນເອງ.
-       ສັນຍານລົບກວນ
+   ສື່ທີ່ມີສາຍ: ເປັນສື່ກາງທີ່ໄດ້ຮັບຄວາມນິຍົມຫຼາຍທີ່ສຸດໃນເຄື່ອຄ່າຍຄຶມພິວເຕີ.
ແບ່ງອອກເປັນ 2 ປະເພດຄື: ສາຍທອງແດງ ແລະ ສາຍພ້າວເວີອອບຕິກ.
-       ສາຍທອງແດງນິຍົມມາໃຊ້ເປັນສາຍນຳສັນຍານຫຼາຍທີ່ສຸດ ໃນລະບົບການສື່ສານຂໍ້ມູນ.
Ø  ສາຍກຽວຄູ່ແບບມີສະນວນໂລຫະຫຸ້ມ ( Shield Twisted Pair ) STP
Ø  ສາຍກຽວຄູ່ແບບບໍ່ມີສະນວນຫຸ້ມ ( UTP : Unshielded Twisted pair )
           +   ສື່ທີ່ບໍ່ມີສາຍ: ເປັນສື່ກາງທີ່ບໍ່ຄ່ອຍນິຍົມໃຊ້ຫຼາຍໃນເຄື່ອຄ່າຍຄອມພິວເຕີ.
   II.      ສັນຍານ ( Signal ).
ຄຳເວົ້າສັນຍານ ແມ່ນພາຫະນະທີ່ນຳຂໍ້ມູນຈາກຕົ້ນທາງໄປຫາປາຍທາງ ຈະແບ່ງອອກເປັນ 2 ຮູບແບບຄື:
    I.      ສັນຍານ ( Analog Sinnal )
ມີລັກສະນະຕໍ່ເນື່ອງກັນໄປເລື້ອຍໆ ຄ່ອຍເພີ່ມຂື້ນ ຫຼື ຄ່ອຍຫຼຸດລົງຕາມໄລຍະເວລາທີ່ຜ່ານໄປ.
   II.      ສັນຍານ ( Digital Signal )

ລັກສະນະຂອງຄືນປະເພດນີ້ຈະບໍ່ມີຄວາມຕໍ່ເນື່ອງ ໝາຍຄວາມວ່າຊ່ວງເວລາໜຶ່ງສັນບານອາດຈະຢູ່ໃນລະດັບໜຶ່ງ ແຕ່ເມື່ຶອເວລາຜ່ານໄປອີກຊ່ວງໜຶ່ງສັນຍານຈະປ່ຽນລະດັບທັນທີ່ ຊຶ່ງເຮັດໃຫ້ບໍ່ມີຄວາມຕໍ່ເນື່ອງຂອງສັນ ຍານນັ້ນເອງສັນຍານດີຈິຕອນມີພຽງສູນ ແລະ ໜຶ່ງ.
ອຸປະກອນຮັບຂໍ້້ມູນ ແລະ ອຸປະກອນສະແດງຜົນ
1.   ອຸປະກອນຮັບຂໍ້ມູນ. ( Input)
         ໜ່ວຍຮັບຂໍ້ມູນຄືໜ່ວຍທີ່ເຮັດໜ້າທີ່ຮັບຂໍ້ມູນ ຫຼື ຄຳສັ່ງເຂົ້າໜ່ວຍຄອມພິວເຕີ ເພື່ອໃຫ້ຄອມພິວເຕີປະມວນຜົນໂດຍຜ່ານອຸປະກອນຮັບຂໍ້ມູນ ຄືອຸປະກອນທີ່ໃຊ້ປອນຂໍ້ມູນ ແລະ ຄຳສັ່ງ ຫຼື ໂປຮແກຮນເຂົ້າສູ່ເຄື່ອງຄອມພິວເຕີເພື່ອໃຫ້ຄອມພິວເຕີດຳເນີນການປະມວນຜົນຕຳທີ່ຜູ້ໃຊ້ຕ້ອງການ.
2.   ອຸປະກອນກວດຂໍ້ມູນ.
         ມີ 2 ປະເພດຄື:
-       ແບບຊົ່ວຄາວ: Moniter( LCD, CRT ), Projecitor Audio ແລະ ( Speaker, Headphone).
-       ແບບຖາວອນ: ເຄື່ອງພີມແບບກະທົບ ແລະ ເຄື່ອງພີມແບບບໍ່ກະທົບ.
-       ແຜ່ນ Disk Kette ແມ່ນຈານບັນທຶກຂະໜາດນ້ອຍທີ່ໃຊ້ກັບໄມໂຄຼຄອມພິວເຕີມີລັກສະນະອ່ອນຈຶ່ງເອີ້ນວ່າ: ແຜ່ນບັນທຶກບັນຈຸໃນຊ່ອງເຈ້ຍໃຊ້ເປັນທີ່ເກັບຂໍ້ມູນເຊັ່ນດຽວກັນກັບແຜ່ນບັນທຶກແມ່ເຫຼັກທີ່ນີ້ຍົມໃຊ້ກັນໃນປະຈຸບັນມີຂະໜາດ 5.25 x 5.25 ດິວ.
-       Hard Disk ແມ່ນສຈານໂລຫະທີ່ເຄື່ອບດ້ວຍຈານແມ່ເຫຼັກໃຊ້ເກັບຂໍ້ມູນເປັນຈຳນນວນຫຼວງຫຼາຍໂດຍປົກກະຕິຈະບັນຈຸໃວ້ຢູ່ໃນກ່ອງເພື່ອໃຫ້ເຫັນຕ່າງກັບຈານບັນທຶກຂະໜາດນ້ອຍປະຈຸບັນ Hard Disk ມີຄວາມຈຳເປັນຫຼາຍ ແລະ ມີຢູ່ພາຍໃນໄມໂຄຼຄອມພິວເຕີທຸກເຄື່ອງ ມີຕັ້ງແຕ່ 40-1000 Mb ແຮງບັນຈຸຫຼາຍທໍ່ໃດກໍ່ຈະເຮັດໃຫ້ການເຮັດວຽກມີປະ ສິດທິພາບຫຼາຍຂື້ນ.
2.1       CD – ROM ( Compact Disk Read Only Mamory ).
ເປັນອຸປະກອນທີ່ສາມາດອ່ານຂໍ້ມູນ ແລະ ໃຊ້ງານໄດ້ພຽງຄັ້ງດຽວ.
2.2      CD-R (Compact Disk Recordable ).
CD – R ເປັນແຜ່ນບັນທຶກຂໍ້ມູນຄ້າຍຄື CD ROM ແຕ່ສາມາດບັນທຶກໄດ້ຄັ້ງດຽວ ແລະ ສາ ມາດອ່ານຂໍ້ມູນໄດ້ຫຼາຍຄັ້ງ.
2.3      CD – RW ( Compact Disk Rewritable ).
ຈະມີລັກສະນະຄືກັບ CDR ຕ່າງກັນທີ່ສາມາດປ່ຽນແແປງຂໍ້ມູນໄດ້ຄື້: ສາມາດອ່ານ ແລະ ຂຽນຂໍ້ມູນເພີ່ມໄດ້ຫຼາຍຄັ້ງ ແລະ ສາມາດລົບຂໍ້ມູນທາງຜ່ານເພີ່ມທັງເລີ່ມຂຽນໃໝ່ໄດ້ເຊັ່ນດຽວ.
2.4      DVD ( Digital Versatile Disc ).
ແຜ່ນ DVD ສາມາດບັນທຶກຂໍ້ມູນໄດ້ສອງໜ້າ ສົ່ງຜົນໃຫ້ສາມາດບັນທຶກຂໍ້ມູນໄດ້ຢ່າງຫຼວງຫຼາຍ ແຜ່ນ DVD ຈະມີຂະໜາດເທົ່າກັບແຜ່ນ CD ເຊິ່ງມີຂະໜາດເສັ້ນຜ່ານສູນກາມງ 12 Cm ຫຼື 7.5 ນິວ ແຕ່ສາມາດບັນຈຸຂໍ້ມູນໄດ້ກວ່າແຜ່ນຊິດີເຖິງ 25 ເທົ່າ.

2.5      DVD – ROM  ( Digital Versatile Disc Read Only Mamory ).
ສາມາດເກັບມ້ຽນຂໍ້ມູນ ວິດີໂອ ໄດ້ຫຼາຍກວ່າສອງຊົ່ວໂມງ ແລະ ມີຄຸນະພາບສູງກວ່າ ຊິດີລອມ.
2.6      DVD – R ( Digital Versatile Disc Recordable ).
ເປັນເຕັກໂນໂລຊີທີ່ພັດທະນາຂື້ນມາເພື່ອໃຊ້ເກັບມ້ຽນຂໍ້ມູນເປັນຈຳນວນຫຼາຍ.
2.7      DVD – RW (Digital Versatile Disc Rewritable ).

ເປັນເຕັກໂນໂລຊີທີ່ສາມາດອ່ານ ແລະ ຂຽນໄດ້ຫຼາຍຄັ້ງ ( ສາມາດນ້ຳແຜ່ນທີ່ຂຽນແລ້ວກັບມາຂຽນໄດ້ໃໝ່ ).
        ຄອມພິວເຕີແມ່ນກຳເນີດມາຈາກຄວາມພະຍາຍາມໃນການສ້າງຄອມພິວເຕີ ໂດຍເກີດມາຈາກມລູກຄິດຂອງຊາວຈີນ ແລະ ມີການພັດທະນາມາຈາກເຜື່ອງ. ແມ່ນຢູ່ໃນແນວຄວາມຄິດຂອງແບດເບຣດກ່ຽວກັບເຄື່ອງຄົ້ນຕ່າງໆ ແລະ ເຄື່ອງວິເຄາະ ເປັນປະໂຫຍດຕໍ່ວົງການຄອມພິວເຕີໃນຍຸກຕໍ່ມາຫຼາຍ ຈົນໄດ້ຮັບສົມນາມວ່າ: ວິດາແຫ່ງຄອມພິວເຕີ ເນື່ອງຈາກເຄື່ອງຄຳນວນປະກອບດ້ວຍ 4 ພາກສ່ວນຄື:
-       ພາກສ່ວນເກັບຂໍ້ມູນ
-       ພາກສ່ວນປະມວນຜົນ
-       ພາກສ່ວນຄອບຄຸ້ມ
-       ປະມວນຂໍ້ມູນເຂົ້າ ແລະ ຜົນໄດ້ຮັບ.
1     ຍຸກຂອງຄອມພິວເຕີ.
1.  ຍຸກຄອມພິວເຕີຍຸກທີ 1 ( ຄ.ສ 1944 – 1954 ).
       ໃຊ້ລອດສູນຍາກາດເຄື່ອງມີຂະໜາດໃຫຍ່ ແລະ ໃຊ້ກຳລັງໄຟຟ້າຄວາມຮ້ອນສູງ.
2 . ຄອມພິວເຕີຍຸກທີ 2 ( ຄ.ສ 1955 – 1961 ).
  ໃຊ້ແຜ່ນວົງຈອນເອເລັກໂທນິກຂະໜາດນ້ອຍມີໜ່ວຍຄວາມຈຳສູງບໍ່ຕ້ອງລໍເວລາໃນການອຸ່ນເຄື່ອງເມື່ອເປີດເຄື່ອງຄັ້ງທຳອິດບໍ່ໃຫ້ເປື່ອງກຳລັງກະແສໄຟຟ້າ ມີການນຳແຖບແມ່ເຫຼັກມາບັນທຶກຂໍ້ມູນ ເລີມມີການຕິດຕໍ່ກັນລະຫວ່າງເຄື່ອງຄອມພິວເຕີ 2 ເຄື່ອງຜ່ານສາຍໂທລະສັບ.
3.  ຄອມພີິວເຕີຍຸກທີ 3 ( ຄ.ສ 1964 - 1979 ).
       ມີການພັດທະນາແຜ່ນວົງຈອນເຮັດໃຫ້ເວລາໃນການເຮັດວຽກໄວ້ຂື້ນ ໃຊ້ພະລັງງານໄຟຟ້າໜ້ອຍລົງຄອມພິວເຕີມີຂະໜາດນ້ອຍລົງ ແຕ່ມີຄວາມໄວເພີ່ມຂື້ນຫຼາຍ ມີການໃຊ້ໂປກຮມພາສາລະດັບສູງ.
4.  ຄອມພິວເຕີຍຸກທີ 4 ( ຄ.ສ 1980 – 2009 ).
       ພັດທະນາແຜ່ນວົງຈອນລວມຂະໜາດໃຫຍ່ເກີດມີ ໄມໂຄໂປຼເຊດເຊີ ຕົວທຳອິດຂອງບໍລິສັດ Intel (ຄອມພິວເຕີສ່ວນບຸກຄົນ ).
          ສ່ວນປະກອບຂອງລະບົບຄອມພິວເຕີ.
           ຈະມີ 6 ສ່ວນປະກອບຄື:
-       ຮາດແວ ( Hard ware ).
-       ຊອບແວ ( Soff ware ).
-       ຂໍ້ມູນ ແລະ ຂ່າວສານ ( Data and information ).

-       ຜູ້ໃຊ້ ( People ware ).-       ຂະບວນການເຮັດວຽກ.
-       ບຸກຂະລາກອນຂໍ້ມູນຂ່າວສານ.
  ຄຸນສົມບັດຂອງຄອມພິວເຕີ.
-       ການເຮັດວຽກດ້ວຍລະບົບເອເລັກໂຕນິກ.
-       ການເຮັດວຽກດ້ວຍຄວາມໄວສູງ.
-       ຄວາມຖືກຕ້ອງແມ່ນຍ້ຳເຊື່ອຖືໄດ້.
-       ການເກັບຂໍ້ມູນໄດ້ປະລິມານຫຼາຍ.
-       ການສືສານເຊື່ອມໂຍງຂໍ້ມູນ.
 ປະເພດຂອງຄອມພິວເຕີ.
-       ຊູບເປີຄອມພິວເຕີ.
-       ຄອມພິວເຕີແມນເຟມ.
-       ມິນິຄອມພິວເຕີ ຫຼື ຄອມພິວເຕີຂະໜາດກາງ.
-       ເຊີບເວີຄອມພິວເຕີ.
-       ໄມໂຄຼຄອມພິວເຕີ.
-       ຄອມພິວເຕີແບບຝັງ.