Translate

วันพฤหัสบดีที่ 31 กรกฎาคม พ.ศ. 2557

ລະບົບປະຕິບັດການ Operating System
1.   ຄວາມໝາຍຂອງລະບົບປະຕິບັດການ.
         ລະບົບປະຕິບັດການ ( OS ) ແມ່ນລະບົບຊອບແວ໌ ຫຼື ໂປຼແກ໌ມຄວບຄຸມການປະເມີນການປະມວນຜົນຂອງໂປຼແກຼມສຳເລັດຮູບຕ່າງໆ ແລະ ບໍລິການການໃຊ້ຊັບພະຍາກ່ອນຂອງລະບົບ ລວມທັງອອກແບລະບົບປະຕິບັດການເພື່ອໃຊ້ໃນໂຄ້ງການຈັກການ ແລະ ຕິດຕໍ່ກັບຫາດແວ໌ໂດຍສະເພາະ ເຄື່ອງຄອມພິວເຕີທຸກເຄື່ອງຈະຕ້ອງຕິດຕັ້ງລະບົບປະຕິບັດການບໍ່ມີບໍ່ໄດ້.
2.   ໂປຼແກມ Linux.
    ເປັນຊອບແວ໌ລະບົບປະຕິບັດການຟຣີ ສາມາດໂຫຼດໄດ້ທາງອິນເຕີເນັດສາມາດໃຊ້ງານໄດ້ກັບຊີພີຢູ່ຫຼາຍຮຸ່ນ Linux ມີລະບົບປະຕິບັດການຕິດຕໍ່ກັບຜູ້ໃຊ້ແບບກຣາຟຣິກເປັນ/ະບົບປະຕິບັດການ 32 Bit ມີປະສິດທິພາບ ແລະ ຄຸນະພາບສູງ.
    

ເຕັກໂນໂລຊີການສື່ສານຂໍ້ມູນ ແລະ ຄອມພິວເຕີເນັດເວີກ.
                                           ພາກທີ I
                                  ພື້ນຖານການສື່ສານຂໍ້ມູນ.
                               ( Data Communication )
    I.      ອົງປະກອບຂອງການສື່ສານ.
-       ຜູ້ສົ່ງ ( Source ຫຼື Sender )
ເປັນອຸປະກອນຕົ້ນທາງເຮັດໜ້າທີໃນການສ້າງ ແລະ ສົ່ງຂໍ້ມູນໄປໃນປາຍທາງ ຫາກຈະເບິ່ງໃນລັກສະນະເປັນການສື່ສານຂໍ້ມູນຄອມພິວເຕີ ແລະ ຜູ້ສົ່ງກໍ່ອາດເປັນອຸປະກອນ ຫຼື ຄອມພິວເຕີນັ້ນເອງ. ເຊິ່ງອຸປະ ກອນ ຫຼື ເຄື່ຶອງຄອມພິວເຕີສາມາດທີ່ຈະເປັນຜູ້ສົ່ງຂໍ້ມູນ ຫຼື ຜູ້ຮັບຂໍ້ມູນກໍ່ໄດ້ ປຽນໄດ້ກັບມະນຸດເຮົາທີ່ສາມາດຈະເປັນຜູ້ເວົ້າ ( ຜູ້ສົ່ງ ) ຫຼື ຜູ້ຟັງໄດ້ເຊັ່ນດຽວກັນເຊັ່ນ: ການເວົ້າຈາທາງໂທລະສັບ, ການສົ່ງອີແມວ, ສະກາຍ...
-       ຜູ້ຮັບ ( Destination ຫຼື Receiver )
ເປັນອຸປະກອນປາຍທາງທີ່ເຮັດໜ້າທີຮັບຂໍ້ມູນເພື່ອາໄປປະມວນຜົນຕາມວັດຖຸປະສົງຂອງການສື່ສານ
ນັ້ນໆ.
-       ສື່ກາງ ( Midium )
ເຮັດໜ້າທີ່ເປັນຕົວກາງເພື່ອໃຫ້ການຮັບສົ່ງຂໍ້ມູນສາມາດໄປເຖິງປາຍທາງໄດ້ຢ່າງຖືກຕ້ອງ. ສື່ທີ່ໃຊ້ນີ້ສາມາດແບ່ງອອກເປັນ 2 ຫຼັກຄື:
Ø  ສື່ທີ່ມີສາຍ ( Wine Medium ): ໄດ້ແກ່ສາຍສັນຍານທີ່ໃຊ້ໃນລະບົບສື່ສານທົ່ວໆໄປ.
Ø  ສື່ບໍ່ມີສາຍ ( Wireless Medium ): ຊຶ່ງກໍ່ຄືການໃຊ້ອາກາດເປັນສື່ນັ້ນເອງ.
-       ຂໍ້ມູນ ( Data )
ໃນຄວາມເປັນຈິ່ງການສື່ສານຂໍ້ມູນຈະຕ້ອງມີການສື່ສານທີ່ສົມບູນໂດຍຂໍ້ມູນທີ່ວ່ານີ້ອາດຈະໝາຍເຖິງສຽງວິດີໂອ, ພາບ, ຂໍ້ຄວາມເປັນຕົ້ນ.
-       ໂປຼໂຕຄອນ ( Protocol )
ຄຳໆນີ້ມີຄວາມໝາຍຫຼາຍຢ່າງໂດຍອາດຈະໝາຍເຖິງລະບຽບ ຮູບແບບ ຫຼື ວິທີການສື່ສານຂໍ້ມູນນັ້ນເອງ.
-       ສັນຍານລົບກວນ
+   ສື່ທີ່ມີສາຍ: ເປັນສື່ກາງທີ່ໄດ້ຮັບຄວາມນິຍົມຫຼາຍທີ່ສຸດໃນເຄື່ອຄ່າຍຄຶມພິວເຕີ.
ແບ່ງອອກເປັນ 2 ປະເພດຄື: ສາຍທອງແດງ ແລະ ສາຍພ້າວເວີອອບຕິກ.
-       ສາຍທອງແດງນິຍົມມາໃຊ້ເປັນສາຍນຳສັນຍານຫຼາຍທີ່ສຸດ ໃນລະບົບການສື່ສານຂໍ້ມູນ.
Ø  ສາຍກຽວຄູ່ແບບມີສະນວນໂລຫະຫຸ້ມ ( Shield Twisted Pair ) STP
Ø  ສາຍກຽວຄູ່ແບບບໍ່ມີສະນວນຫຸ້ມ ( UTP : Unshielded Twisted pair )
           +   ສື່ທີ່ບໍ່ມີສາຍ: ເປັນສື່ກາງທີ່ບໍ່ຄ່ອຍນິຍົມໃຊ້ຫຼາຍໃນເຄື່ອຄ່າຍຄອມພິວເຕີ.
   II.      ສັນຍານ ( Signal ).
ຄຳເວົ້າສັນຍານ ແມ່ນພາຫະນະທີ່ນຳຂໍ້ມູນຈາກຕົ້ນທາງໄປຫາປາຍທາງ ຈະແບ່ງອອກເປັນ 2 ຮູບແບບຄື:
    I.      ສັນຍານ ( Analog Sinnal )
ມີລັກສະນະຕໍ່ເນື່ອງກັນໄປເລື້ອຍໆ ຄ່ອຍເພີ່ມຂື້ນ ຫຼື ຄ່ອຍຫຼຸດລົງຕາມໄລຍະເວລາທີ່ຜ່ານໄປ.
   II.      ສັນຍານ ( Digital Signal )

ລັກສະນະຂອງຄືນປະເພດນີ້ຈະບໍ່ມີຄວາມຕໍ່ເນື່ອງ ໝາຍຄວາມວ່າຊ່ວງເວລາໜຶ່ງສັນບານອາດຈະຢູ່ໃນລະດັບໜຶ່ງ ແຕ່ເມື່ຶອເວລາຜ່ານໄປອີກຊ່ວງໜຶ່ງສັນຍານຈະປ່ຽນລະດັບທັນທີ່ ຊຶ່ງເຮັດໃຫ້ບໍ່ມີຄວາມຕໍ່ເນື່ອງຂອງສັນ ຍານນັ້ນເອງສັນຍານດີຈິຕອນມີພຽງສູນ ແລະ ໜຶ່ງ.

ไม่มีความคิดเห็น:

แสดงความคิดเห็น