Translate

วันอังคารที่ 5 สิงหาคม พ.ศ. 2557

ລະບົບປະຕິບັດການ Operating System

           
      ລະບົບປະຕິບັດການ ( OS ) ແມ່ນລະບົບຊອບແວ໌ ຫຼື ໂປຼແກ໌ມຄວບຄຸມ ການປະເມີນການ ປະມວນຜົນຂອງໂປຼແກຼມສຳເລັດຮູບຕ່າງໆ ແລະ ບໍລິການການໃຊ້ຊັບພະຍາກ່ອນຂອງລະບົບ ລວມ ທັງອອກແບລະບົບປະຕິບັດການເພື່ອໃຊ້ໃນໂຄ້ງການຈັກການ ແລະ ຕິດຕໍ່ກັບຫາດແວ໌ໂດຍສະເພາະ ເຄື່ອງຄອມພິວເຕີທຸກເຄື່ອງຈະຕ້ອງຕິດຕັ້ງລະບົບປະຕິບັດການບໍ່ມີບໍ່ໄດ້.

วันจันทร์ที่ 4 สิงหาคม พ.ศ. 2557

1.  ປະເພດຂອງຄອມພິວເຕີ.
-       ຊູບເປີຄອມພິວເຕີຊູບ​ເປີ​ຄອມ​ພິວ​ເຕີ​ ​ເປັນ​ຄອມ​ພິວ​ເຕີ​ທີ່​ມີ​ປະສິດທິພາບ ສູງ​ສຸດ ​ແລະ ມີ​ຄວາມ​ໄວ​ໃນ​ການ​ປະມວນ​ຜົນ​ສູງເມື່ອທຽບ ກັບຄອມພິວເຕີຊະນິດອື່ນໆ ​ແລະ​ ມີ​ລາຄາ​ແພງ​ຫຼາຍ ມີ​ຂະໜາດ​ໃຫຍ່​ ສາມາດ​ປະມວນ​ຜົນ​ທາງ​ຄະນິດສາດ ​​ໃດ້ຫຼາຍແສນ​ລ້ານ​ຄັ້ງຕໍ່ວິນາທີ ​​ໃດ້ຖືກ​ອອກ​ແບ​ບເພື່ອ​ໃຫ້​​ແກ້​ໃຂບັນຫາ​ຂະໜາດ​ໃຫຍ່​ທາງ​ວິທະຍາສາດ​ ​ແລະ ວິ​ສາວະ​ກຳ​ສາດ​​​ໄດ້​ຢ່າງ​ວ່ອງ​ໄວ​

-       ຄອມພິວເຕີແມນເຟມ.ເມນ​ເຟມຄອມ​ພິ​ວເຕີມີ​ສະ​ມັນ​ຕະພາບ​ທີ່ຕ່ຳກ່ວາ​ຊູບ​ເປີ​ຄອມ​ພິວ​ເຕີ (Super Computer ​​) ​​​ແຕ່​ກໍ່​ຍັງ​ມີ​ປະສິດທິພາບສູງ​ກວ່າ ມິ​ນີຄອມ​ພິວ​ເຕີ (Mini Computer ​​) ຫຼື ​ໄມ​ໂຄຣຄອມ​ພິວ​ເຕີ (Micro Computer). ​​ເມນ​ເຟມຄອມ​ພິວ​ເຕີ ສາມາດ​ໃຫ້​ບໍລິການ​ຜູ້​ໃຊ້​ຫຼາຍ​ຮ້ອຍ​ຄົນ​ພ້ອມໆ​ກັນ ​ແລະ ສາມາດ​ເປີ​ດໂປຣ​ແກຣມຫຼາຍ​ຮ້ອຍ​ຮູບ​ແບບ​ໃນ ​ເວລາ​ດຽວ​ກັນ

-       ມິນິຄອມພິວເຕີ ຫຼື ຄອມພິວເຕີຂະໜາດກາງ.  ມິ​ນີຄອມ​ພິວ​ເຕີ ຄື​: ເມນ​ເຟມຄອມ​ພິວ​ເຕີ​ຂະໜາດ​ນ້ອຍ​ທີ່​ສາມາດ​ໃຫ້​ບໍລິການ​ຜູ້​ໃຊ້​ງານ​ພ້ອມ​ກັນ ແຕ່​ ຈະ​ບໍ່​ມີ​ສະ​ມັນ​ຕະ ພາບທຽບ​ເທົ່າ​ກັບ​ເມນ​ເຟມຄອມ​ພິ​ເຕີ​ໄດ້ ຈິ່ງ ​ເຮັດ​ໃຫ້​ມິ​ນີຄອມ​ພິວ​ເຕີ​ເໝາະສົມ​ຕໍ່​ການ​ໃຊ້​ງານ​ກັບ​ອົງການ​ຂະໜາດ​ກາງ ​ແລະ ພະ​ແນ​ກ ຫຼື ສາຂາ​ຂອງ​ອົງການ​ຂະໜາດ​ໃຫຍ່​ເທົ່າ​ນັ້ນ.
               

-       ເຊີບເວີຄອມພິວເຕີ.

-       ໄມໂຄຼຄອມພິວເຕີ.ໄດ້​ຖືກ​ພັດທະນາ​ຂື້ນ​ໃນ​ປີ 1975 ​ແລະ ​ໄດ້​ຮັບ​ຄວາມ​ນິຍົມຢ່າງ​ຫຼວງ​ຫຼາຍ​ເມື່ອ IBM ​ໄດ້​ສ້າງ​ເຄື່ອງ IBM PC ອອກ​ມາ ​ໄມ​ໂຄຣຄອມ​ພິວ​ເຕີ​ທີ່​ໄດ້​ຮັບ ​ຄວາມ​ນິຍົມ​ໃນ​ບັດ​ຈຸ​ບັນ​ຈະ​ມີ 2 ຊະນິດ​ຄື: Apple Macintosh ​ແລະ IBM PC ​ໃນ​ປະຈຸ​ບັນ ຄວາມ​ແຕກ​ຕ່າງໆ ຫຼື ຊ່ອງ​ວ່າງ​ລະຫວ່າງ ​ເຄື່ອງ ​ເວີກ​ສະ​ເຕຊັນ ​ແລະ ​ເຄື່ອງ​ໄມ​ໂຄຣຄອມ​ພິວ​ເຕີ​ເລີ້ມ​ລົດ​ໜ້ອຍ​ລົງ​ເລືອຍໆ​ ເພາະ​ເຄື່ອງ​ໄມ​ໂຄຣຄອມ​ພິວ​ເຕີ​ລະດັບ​ສູງ​ໃນ​ປະຈຸ​ບັນ ມີ​ປະສິດທິພາບ​ຂອງ​ເຄືອງ ​ແລະ ຄວາມ​ໄວ​ໃນ​ການສະ​ແດງ​ຜົນ ​ທີ່​ດີກ​ວ່າ​ເຄື່ອງ​ເວີກ​ສະ​ເຕຊັນ​ຈຳນວນ​ຫຼາຍ

-       ຄອມພິວເຕີແບບຝັງ.ເປັນ​ເຄື່ອງ​ຄອມ​ພິວ​ເຕີທີ່​ຖື​ຝັງ​ໄປ​ໃນ​ອຸປະ​ກອນ ​ເຮັດ​ໃຫ້​ເບິ່ງ​ບໍ່​ເຫັນ​ຮູບ​ລັສະ​ນະພາ​ຍນອກ​ວ່າ​ເປັນ​ຄອມ​ພິວ​ເຕີ ນິຍົມ​ໃຊ້​ໃນ​ການທຳ​ງານ​ສະ​ເພາະ​ດ້ານ​ໂດຍ​ຄວບ​ຄຸມ​ການ​ທຳ​ ງານ​ບາງ​ຢ່າງ​ ເຊັ່ນ: ​ເຕົາ​ອົບ​ໄມ​ໂຄຣ​ເວ​ຟ, ລະບົບການ​ເຕີມ​ນຳ​ມັນ, ​ໂມງ, ອຸປະກອນ​ການ​ຫຼິນ​ເກມ​ເປັນຕົ້ນ