Translate

วันจันทร์ที่ 4 สิงหาคม พ.ศ. 2557

1.  ປະເພດຂອງຄອມພິວເຕີ.
-       ຊູບເປີຄອມພິວເຕີຊູບ​ເປີ​ຄອມ​ພິວ​ເຕີ​ ​ເປັນ​ຄອມ​ພິວ​ເຕີ​ທີ່​ມີ​ປະສິດທິພາບ ສູງ​ສຸດ ​ແລະ ມີ​ຄວາມ​ໄວ​ໃນ​ການ​ປະມວນ​ຜົນ​ສູງເມື່ອທຽບ ກັບຄອມພິວເຕີຊະນິດອື່ນໆ ​ແລະ​ ມີ​ລາຄາ​ແພງ​ຫຼາຍ ມີ​ຂະໜາດ​ໃຫຍ່​ ສາມາດ​ປະມວນ​ຜົນ​ທາງ​ຄະນິດສາດ ​​ໃດ້ຫຼາຍແສນ​ລ້ານ​ຄັ້ງຕໍ່ວິນາທີ ​​ໃດ້ຖືກ​ອອກ​ແບ​ບເພື່ອ​ໃຫ້​​ແກ້​ໃຂບັນຫາ​ຂະໜາດ​ໃຫຍ່​ທາງ​ວິທະຍາສາດ​ ​ແລະ ວິ​ສາວະ​ກຳ​ສາດ​​​ໄດ້​ຢ່າງ​ວ່ອງ​ໄວ​

-       ຄອມພິວເຕີແມນເຟມ.ເມນ​ເຟມຄອມ​ພິ​ວເຕີມີ​ສະ​ມັນ​ຕະພາບ​ທີ່ຕ່ຳກ່ວາ​ຊູບ​ເປີ​ຄອມ​ພິວ​ເຕີ (Super Computer ​​) ​​​ແຕ່​ກໍ່​ຍັງ​ມີ​ປະສິດທິພາບສູງ​ກວ່າ ມິ​ນີຄອມ​ພິວ​ເຕີ (Mini Computer ​​) ຫຼື ​ໄມ​ໂຄຣຄອມ​ພິວ​ເຕີ (Micro Computer). ​​ເມນ​ເຟມຄອມ​ພິວ​ເຕີ ສາມາດ​ໃຫ້​ບໍລິການ​ຜູ້​ໃຊ້​ຫຼາຍ​ຮ້ອຍ​ຄົນ​ພ້ອມໆ​ກັນ ​ແລະ ສາມາດ​ເປີ​ດໂປຣ​ແກຣມຫຼາຍ​ຮ້ອຍ​ຮູບ​ແບບ​ໃນ ​ເວລາ​ດຽວ​ກັນ

-       ມິນິຄອມພິວເຕີ ຫຼື ຄອມພິວເຕີຂະໜາດກາງ.  ມິ​ນີຄອມ​ພິວ​ເຕີ ຄື​: ເມນ​ເຟມຄອມ​ພິວ​ເຕີ​ຂະໜາດ​ນ້ອຍ​ທີ່​ສາມາດ​ໃຫ້​ບໍລິການ​ຜູ້​ໃຊ້​ງານ​ພ້ອມ​ກັນ ແຕ່​ ຈະ​ບໍ່​ມີ​ສະ​ມັນ​ຕະ ພາບທຽບ​ເທົ່າ​ກັບ​ເມນ​ເຟມຄອມ​ພິ​ເຕີ​ໄດ້ ຈິ່ງ ​ເຮັດ​ໃຫ້​ມິ​ນີຄອມ​ພິວ​ເຕີ​ເໝາະສົມ​ຕໍ່​ການ​ໃຊ້​ງານ​ກັບ​ອົງການ​ຂະໜາດ​ກາງ ​ແລະ ພະ​ແນ​ກ ຫຼື ສາຂາ​ຂອງ​ອົງການ​ຂະໜາດ​ໃຫຍ່​ເທົ່າ​ນັ້ນ.
               

-       ເຊີບເວີຄອມພິວເຕີ.

-       ໄມໂຄຼຄອມພິວເຕີ.ໄດ້​ຖືກ​ພັດທະນາ​ຂື້ນ​ໃນ​ປີ 1975 ​ແລະ ​ໄດ້​ຮັບ​ຄວາມ​ນິຍົມຢ່າງ​ຫຼວງ​ຫຼາຍ​ເມື່ອ IBM ​ໄດ້​ສ້າງ​ເຄື່ອງ IBM PC ອອກ​ມາ ​ໄມ​ໂຄຣຄອມ​ພິວ​ເຕີ​ທີ່​ໄດ້​ຮັບ ​ຄວາມ​ນິຍົມ​ໃນ​ບັດ​ຈຸ​ບັນ​ຈະ​ມີ 2 ຊະນິດ​ຄື: Apple Macintosh ​ແລະ IBM PC ​ໃນ​ປະຈຸ​ບັນ ຄວາມ​ແຕກ​ຕ່າງໆ ຫຼື ຊ່ອງ​ວ່າງ​ລະຫວ່າງ ​ເຄື່ອງ ​ເວີກ​ສະ​ເຕຊັນ ​ແລະ ​ເຄື່ອງ​ໄມ​ໂຄຣຄອມ​ພິວ​ເຕີ​ເລີ້ມ​ລົດ​ໜ້ອຍ​ລົງ​ເລືອຍໆ​ ເພາະ​ເຄື່ອງ​ໄມ​ໂຄຣຄອມ​ພິວ​ເຕີ​ລະດັບ​ສູງ​ໃນ​ປະຈຸ​ບັນ ມີ​ປະສິດທິພາບ​ຂອງ​ເຄືອງ ​ແລະ ຄວາມ​ໄວ​ໃນ​ການສະ​ແດງ​ຜົນ ​ທີ່​ດີກ​ວ່າ​ເຄື່ອງ​ເວີກ​ສະ​ເຕຊັນ​ຈຳນວນ​ຫຼາຍ

-       ຄອມພິວເຕີແບບຝັງ.ເປັນ​ເຄື່ອງ​ຄອມ​ພິວ​ເຕີທີ່​ຖື​ຝັງ​ໄປ​ໃນ​ອຸປະ​ກອນ ​ເຮັດ​ໃຫ້​ເບິ່ງ​ບໍ່​ເຫັນ​ຮູບ​ລັສະ​ນະພາ​ຍນອກ​ວ່າ​ເປັນ​ຄອມ​ພິວ​ເຕີ ນິຍົມ​ໃຊ້​ໃນ​ການທຳ​ງານ​ສະ​ເພາະ​ດ້ານ​ໂດຍ​ຄວບ​ຄຸມ​ການ​ທຳ​ ງານ​ບາງ​ຢ່າງ​ ເຊັ່ນ: ​ເຕົາ​ອົບ​ໄມ​ໂຄຣ​ເວ​ຟ, ລະບົບການ​ເຕີມ​ນຳ​ມັນ, ​ໂມງ, ອຸປະກອນ​ການ​ຫຼິນ​ເກມ​ເປັນຕົ້ນ


1 ความคิดเห็น:

  1. What Is 1xbet korean? | LegalBet.co.kr
    Are you interested in sports betting? The answer to this question is no, but for any reason, 1xbet 1xbet live is the best bookmaker in the world. You don't need to be a punter

    ตอบลบ